Share

cover art for ຂ່າວທີ່ໜ້າສົນໃຈ ສຳລັບມື້ນີ້ ມີດັ່ງນີ້:

ທັນເຫດການ ເມືອງລາວ

ຂ່າວທີ່ໜ້າສົນໃຈ ສຳລັບມື້ນີ້ ມີດັ່ງນີ້:

1.  ຄົນລາວ 6 ຄົນ ທີ່ຖືກຊ່ວຍເຫຼືອ ອອກຈາກສູນສະແກມເມີຢູ່ມຽນມາ ຜ່ານໄທນັ້ນ ໄດ້ຖືກສົ່ງກັບລາວແລ້ວ.

2.  ບໍລິສັດ ຂອງນັກລົງທຶນຈີນ ແລະ ຫວຽດນາມ ໃນແຂວງຫົວພັນ ສ່ວນຫລາຍແມ່ນນໍາເຂົ້າແຮງງານ ຂອງປະເທດຕົນເອງ ເຂົ້າມາເຮັດວຽກ ກາຍກວ່າ ຈໍານວນທີ່ກົດໝາຍແຮງງານກໍານົດ.

3.  ກະທ້ອມ ຖືກນໍາໃຊ້ກັນຢ່າງແພ່ຫຼາຍ ໃນໝູ່ຊາວໜຸ່ມລາວ ຢູ່ເຂດເສດຖະກິດພິເສດສາມຫຼ່ຽມຄໍາ.

More episodes

View all episodes

  • ຂ່າວທີ່ໜ້າສົນໃຈ ສຳລັບມື້ນີ້ ມີດັ່ງນີ້:

    16:33|
    1.  ຄະນະບໍລິຫານງານສູນກາງ ພັກປະຊາຊົນປະຕິວັດລາວ ຕົກລົງປັບປຸງກົງຈັກການຈັດຕັ້ງ ໂດຍການລວມກະຊວງເຂົ້າກັນ.2.  ນາຍົກລັດຖະມົນຕີ ອອກແຈ້ງການ ໃຫ້ຍຸດຕິ ການອອກໃບອະນຸຍາດ ຂຸດຄົ້ນແຮ່ຄໍາຕົກຂ້ອນ ໃນທົ່ວປະເທດ.3.  ກອງປະຊຸມສະໄໜວິສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ 9 ໄຂຂຶ້ນ ຖ້າມກາງຫຼາຍບັນຫາຫຍຸ້ງຍາກ.
  • ຂ່າວທີ່ໜ້າສົນໃຈ ສຳລັບມື້ນີ້ ມີດັ່ງນີ້:

    16:22|
    1.  ຊາວນະຄອນຫຼວງວຽງຈັນ ປະສົບບັນຫາ ນໍ້າປະປາບໍ່ພຽງພໍ ຕໍ່ຄວາມຕ້ອງການ.2.  ຄົນຂັບລົດບັນທຸກຈໍານວນນຶ່ງ ທີ່ໃຊ້ເສັ້ນທາງ 16 E ຢູ່ແຂວງຈໍາປາສັກ ຍ້ອນບໍລິສັດເອກກະຊົນ ເກັບຄ່າຜ່ານທາງຫຼາຍ.3.  ຢາບ້າ ແລະຢາໄອສ ຈໍານວນມະຫາສານ ຈາກມຽນມາ ເລັດລອດເຂົ້າມາລາວ ເພື່ອເປັນທາງຜ່ານ ໄປປະເທດໄທ.
  • ຂ່າວທີ່ໜ້າສົນໃຈ ສຳລັບມື້ນີ້ ມີດັ່ງນີ້:

    17:33|
    1.  ແຂວງຫົວພັນ ໄດ້ຮັບຄໍາແນະນໍາ ໃນການແກ້ໄຂ ບັນຫາຄົນງານ.2.  ຄົນຂັບລົດ ຂອງແອັບພິເຄຊັ້ນ InDrive ລວນລາມຜູ້ໂດຍສານ.3.  “ວັນສາກົນຕ້ານການສ້າງເຂື່ອນ” ຜູ້ນໍາລາວຄາດວ່າ ລາວຈະກາຍເປັນໝໍ້ໄຟ ຂອງເອເຊັຽຕາເວັນອອກສ່ຽງໃຕ້ ໃນປີ 2030.
  • ຂ່າວທີ່ໜ້າສົນໃຈ ສຳລັບມື້ນີ້ ມີດັ່ງນີ້:

    17:24|
    1.  ການກວດພົບ ໄມໂຄຣປລາສຕິກ ຢູ່ ສາຍນ້ຳຄານ ຈຳນວນຫຼາຍ ແຕ່ທາງການຍັງບໍ່ທັນມີແຜນ ແກ້ໄຂຈິງຈັງ ຍ້ອນ ຍັງບໍ່ມີງົບປະມານສະເພາະ.2.  ບໍລີສັດລັດວິສາຫະກິດ ພາວເວີ ໄຊນາ ຂອງຈີນ ຟ້ອງລັດວິສາຫະກິດໄຟຟ້າລາວ ທີ່ເປັນໜີ້ 555 ລ້ານໂດລາ. 3.  ຊາວລາວ ພະຍາຍາມຂົນຢາແກ້ໄອປອມ 1,500 ຂວດ ຂ້າມດ່ານສາກົນຂົວມິດຕະພາບແຫ່ງທີ 2 ແລະ ຫລົບໜີການຈັບກຸມ ໄປໄດ້.
  • ຂ່າວທີ່ໜ້າສົນໃຈ ສຳລັບມື້ນີ້ ມີດັ່ງນີ້:

    16:49|
    1. ນັກລົງທຶນຈີນ ສໍາປະທານສູນຂໍ້ມູນຂ່າວສານ ການທ່ອງທ່ຽວ ແຂວງຫຼວງພຣະບາງ ເພື່ອເປີດຮ້ານອາຫານຈີນ.2. ບໍລິສັດຈີນ ໄດ້ຮັບສໍາປະທານຂຸດຄົ້ນ ແລະປຸງແຕ່ງຫີນອ່ອນມາໂບ້ ໃນກໍານົດ 5 ປີ ຢູ່ແຂວງຄໍາມ່ວນ.3. ການຖິ້ມຂີ້ເຫຍື້ອຊະຊາຍ ກາຍເປັນບັນຫາໃຫຍ່ ໃນລາວ.
  • ຂ່າວທີ່ໜ້າສົນໃຈ ສຳລັບມື້ນີ້ ມີດັ່ງນີ້:

    15:48|
    1. ຄົນງານຈີນ 5 ຄົນ ຖືກຕໍາຫຼວດເອົາໄປ ປກສ ເມືອງ ຫຼັງໄດ້ບຸກລຸກເຂົ້າໄປວັດແທກ ເພື່ອສໍາຫຼວດບໍ່ແຮ່ ໃນເຂດບ້ານປະຊາຊົນ ຢູ່ແຂວງສະຫວັນນະເຂດ.2. ຕໍາຫຼວດນາຍໜຶ່ງ ຢູ່ແຂວງຫຼວງນໍ້າທາ ຖືກຈັບ ຍ້ອນຮ່ວມມື ກັບແກ້ງລັກລົດຈັກ.3. ຊາວນະຄອນຫຼວງວຽງຈັນ ຈໍານວນບໍ່ໜ້ອຍ ເດືອດຮ້ອນ ຍ້ອນ ກິ່ນເໝັນຂີ້ເຫຍື້ອ.
  • ຂ່າວທີ່ໜ້າສົນໃຈ ສຳລັບມື້ນີ້ ມີດັ່ງນີ້:

    16:56|
    1. ນະໂຍບາຍຮຽນຟຣີ ຂອງໂຮງຮຽນລັດ ພາກ 2: ພໍ່ແມ່ຜູ້ປົກຄອງ, ໂຮງຮຽນ ແລະບ້ານ ສ້າງບ່ອນພັກໃຫ້ນັກຮຽນ ໃນສະພາບປະຖົມປະຖານ.2. ພື້ນທີ່ດິນ ຢູ່ໃກ້ກັບກຸ່ມບ້ານບຸ່ນ ສະຫງວນໄວ້ ເປັນສະໜາມຊ້ອມຮົບ.3. ສະໜາມບິນທົ່ງໄຫຫິນ ແຂວງຊຽງຂວາງ ຈະເປີດໃຫ້ບໍລິການ ໃນເດືອນມິຖຸນາ 2025 ນີ້.
  • ຂ່າວທີ່ໜ້າສົນໃຈ ສຳລັບມື້ນີ້ ມີດັ່ງນີ້:

    15:36|
    1.  ລາຄາມັນຕົ້ນຢູ່ລາວຍັງຕົກຕໍ່າລົງ ເຮັດໃຫ້ຊາວສວນຍອມແພ້.2.  ເຈົ້າໜ້າທີ່ ຍັງບໍ່ຊີ້ແຈ້ງສາເຫດດິນຍຸບ ຢູ່ແຂວງຄໍາມ່ວນ.3.  ປະຊາຊົນ ຢູ່ແຂວງອຸດົມໄຊ ຈໍານວນໜຶ່ງ ປະຕິເສດຄ່າຊົດເຊີຍ ຈາກເຈົ້າຂອງໂຄງການພະລັງງານສີຂຽວ.