Share

ທັນເຫດການ ເມືອງລາວ
ຂ່າວທີ່ໜ້າສົນໃຈ ສຳລັບມື້ນີ້ ມີດັ່ງນີ້:
•
1. ຊາວນະຄອນຫຼວງວຽງຈັນ ປະສົບບັນຫາ ນໍ້າປະປາບໍ່ພຽງພໍ ຕໍ່ຄວາມຕ້ອງການ.
2. ຄົນຂັບລົດບັນທຸກຈໍານວນນຶ່ງ ທີ່ໃຊ້ເສັ້ນທາງ 16 E ຢູ່ແຂວງຈໍາປາສັກ ຍ້ອນບໍລິສັດເອກກະຊົນ ເກັບຄ່າຜ່ານທາງຫຼາຍ.
3. ຢາບ້າ ແລະຢາໄອສ ຈໍານວນມະຫາສານ ຈາກມຽນມາ ເລັດລອດເຂົ້າມາລາວ ເພື່ອເປັນທາງຜ່ານ ໄປປະເທດໄທ.
More episodes
View all episodes

ຂ່າວທີ່ໜ້າສົນໃຈ ສຳລັບມື້ນີ້ ມີດັ່ງນີ້:
16:33|1. ຄະນະບໍລິຫານງານສູນກາງ ພັກປະຊາຊົນປະຕິວັດລາວ ຕົກລົງປັບປຸງກົງຈັກການຈັດຕັ້ງ ໂດຍການລວມກະຊວງເຂົ້າກັນ.2. ນາຍົກລັດຖະມົນຕີ ອອກແຈ້ງການ ໃຫ້ຍຸດຕິ ການອອກໃບອະນຸຍາດ ຂຸດຄົ້ນແຮ່ຄໍາຕົກຂ້ອນ ໃນທົ່ວປະເທດ.3. ກອງປະຊຸມສະໄໜວິສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ 9 ໄຂຂຶ້ນ ຖ້າມກາງຫຼາຍບັນຫາຫຍຸ້ງຍາກ.
ຂ່າວທີ່ໜ້າສົນໃຈ ສຳລັບມື້ນີ້ ມີດັ່ງນີ້:
17:33|1. ແຂວງຫົວພັນ ໄດ້ຮັບຄໍາແນະນໍາ ໃນການແກ້ໄຂ ບັນຫາຄົນງານ.2. ຄົນຂັບລົດ ຂອງແອັບພິເຄຊັ້ນ InDrive ລວນລາມຜູ້ໂດຍສານ.3. “ວັນສາກົນຕ້ານການສ້າງເຂື່ອນ” ຜູ້ນໍາລາວຄາດວ່າ ລາວຈະກາຍເປັນໝໍ້ໄຟ ຂອງເອເຊັຽຕາເວັນອອກສ່ຽງໃຕ້ ໃນປີ 2030.
ຂ່າວທີ່ໜ້າສົນໃຈ ສຳລັບມື້ນີ້ ມີດັ່ງນີ້:
17:24|1. ການກວດພົບ ໄມໂຄຣປລາສຕິກ ຢູ່ ສາຍນ້ຳຄານ ຈຳນວນຫຼາຍ ແຕ່ທາງການຍັງບໍ່ທັນມີແຜນ ແກ້ໄຂຈິງຈັງ ຍ້ອນ ຍັງບໍ່ມີງົບປະມານສະເພາະ.2. ບໍລີສັດລັດວິສາຫະກິດ ພາວເວີ ໄຊນາ ຂອງຈີນ ຟ້ອງລັດວິສາຫະກິດໄຟຟ້າລາວ ທີ່ເປັນໜີ້ 555 ລ້ານໂດລາ. 3. ຊາວລາວ ພະຍາຍາມຂົນຢາແກ້ໄອປອມ 1,500 ຂວດ ຂ້າມດ່ານສາກົນຂົວມິດຕະພາບແຫ່ງທີ 2 ແລະ ຫລົບໜີການຈັບກຸມ ໄປໄດ້.
ຂ່າວທີ່ໜ້າສົນໃຈ ສຳລັບມື້ນີ້ ມີດັ່ງນີ້:
16:19|1. ຄົນລາວ 6 ຄົນ ທີ່ຖືກຊ່ວຍເຫຼືອ ອອກຈາກສູນສະແກມເມີຢູ່ມຽນມາ ຜ່ານໄທນັ້ນ ໄດ້ຖືກສົ່ງກັບລາວແລ້ວ.2. ບໍລິສັດ ຂອງນັກລົງທຶນຈີນ ແລະ ຫວຽດນາມ ໃນແຂວງຫົວພັນ ສ່ວນຫລາຍແມ່ນນໍາເຂົ້າແຮງງານ ຂອງປະເທດຕົນເອງ ເຂົ້າມາເຮັດວຽກ ກາຍກວ່າ ຈໍານວນທີ່ກົດໝາຍແຮງງານກໍານົດ.3. ກະທ້ອມ ຖືກນໍາໃຊ້ກັນຢ່າງແພ່ຫຼາຍ ໃນໝູ່ຊາວໜຸ່ມລາວ ຢູ່ເຂດເສດຖະກິດພິເສດສາມຫຼ່ຽມຄໍາ.
ຂ່າວທີ່ໜ້າສົນໃຈ ສຳລັບມື້ນີ້ ມີດັ່ງນີ້:
16:49|1. ນັກລົງທຶນຈີນ ສໍາປະທານສູນຂໍ້ມູນຂ່າວສານ ການທ່ອງທ່ຽວ ແຂວງຫຼວງພຣະບາງ ເພື່ອເປີດຮ້ານອາຫານຈີນ.2. ບໍລິສັດຈີນ ໄດ້ຮັບສໍາປະທານຂຸດຄົ້ນ ແລະປຸງແຕ່ງຫີນອ່ອນມາໂບ້ ໃນກໍານົດ 5 ປີ ຢູ່ແຂວງຄໍາມ່ວນ.3. ການຖິ້ມຂີ້ເຫຍື້ອຊະຊາຍ ກາຍເປັນບັນຫາໃຫຍ່ ໃນລາວ.
ຂ່າວທີ່ໜ້າສົນໃຈ ສຳລັບມື້ນີ້ ມີດັ່ງນີ້:
15:48|1. ຄົນງານຈີນ 5 ຄົນ ຖືກຕໍາຫຼວດເອົາໄປ ປກສ ເມືອງ ຫຼັງໄດ້ບຸກລຸກເຂົ້າໄປວັດແທກ ເພື່ອສໍາຫຼວດບໍ່ແຮ່ ໃນເຂດບ້ານປະຊາຊົນ ຢູ່ແຂວງສະຫວັນນະເຂດ.2. ຕໍາຫຼວດນາຍໜຶ່ງ ຢູ່ແຂວງຫຼວງນໍ້າທາ ຖືກຈັບ ຍ້ອນຮ່ວມມື ກັບແກ້ງລັກລົດຈັກ.3. ຊາວນະຄອນຫຼວງວຽງຈັນ ຈໍານວນບໍ່ໜ້ອຍ ເດືອດຮ້ອນ ຍ້ອນ ກິ່ນເໝັນຂີ້ເຫຍື້ອ.
ຂ່າວທີ່ໜ້າສົນໃຈ ສຳລັບມື້ນີ້ ມີດັ່ງນີ້:
16:56|1. ນະໂຍບາຍຮຽນຟຣີ ຂອງໂຮງຮຽນລັດ ພາກ 2: ພໍ່ແມ່ຜູ້ປົກຄອງ, ໂຮງຮຽນ ແລະບ້ານ ສ້າງບ່ອນພັກໃຫ້ນັກຮຽນ ໃນສະພາບປະຖົມປະຖານ.2. ພື້ນທີ່ດິນ ຢູ່ໃກ້ກັບກຸ່ມບ້ານບຸ່ນ ສະຫງວນໄວ້ ເປັນສະໜາມຊ້ອມຮົບ.3. ສະໜາມບິນທົ່ງໄຫຫິນ ແຂວງຊຽງຂວາງ ຈະເປີດໃຫ້ບໍລິການ ໃນເດືອນມິຖຸນາ 2025 ນີ້.
ຂ່າວທີ່ໜ້າສົນໃຈ ສຳລັບມື້ນີ້ ມີດັ່ງນີ້:
15:36|1. ລາຄາມັນຕົ້ນຢູ່ລາວຍັງຕົກຕໍ່າລົງ ເຮັດໃຫ້ຊາວສວນຍອມແພ້.2. ເຈົ້າໜ້າທີ່ ຍັງບໍ່ຊີ້ແຈ້ງສາເຫດດິນຍຸບ ຢູ່ແຂວງຄໍາມ່ວນ.3. ປະຊາຊົນ ຢູ່ແຂວງອຸດົມໄຊ ຈໍານວນໜຶ່ງ ປະຕິເສດຄ່າຊົດເຊີຍ ຈາກເຈົ້າຂອງໂຄງການພະລັງງານສີຂຽວ.