Share

cover art for This Week in Laos Ep.70

ເມືອງລາວໃນອາທິດນີ້

This Week in Laos Ep.70

1. ນັກລົງທຶນຈີນ ຢູ່ເມືອງລະມາມ ແຂວງເຊກອງ ເພີ່ມຈໍານວນ ເຕົາເຜົາຖ່ານຂາວ ເຊິ່ງເພີ່ມ ຄວາມເດືອດຮ້ອນ ໃຫ້ຊາວບ້ານ ເປັນທະວີຄູນ ຈາກການອົບເຜົາໄມ້ດິບ.

2. ທາງການ ແຂວງອັດຕະປື ລົງວິໄນ ພະນັກງານ 26 ຄົນ ເບື້ອງໜ້າເບື້ອງຫຼັງ ເປັນແນວໃດແທ້ ມາຟັງມາຊົມ ເມືອງລາວໃນອາທິດນີ້ ນໍາກັນ.


ຈອງຣາຍການ YouTube ຂອງ ວິທຍຸເອເຊັຽເສຣີ ພາສາລາວ:

http://tinyurl.com/pq2todv

RFA ມີສໍານັກງານໃຫຍ່ຢູ່ Washington DC, USA

ຫຼັກການ ສໍາຄັນທີ່ສຸດ ໃນການ ປະກອບ ພາຣະກິຈ ຂອງ ວິທຍຸ ເອເຊັຽເສຣີ ຄື ຍຶດໝັ້ນ ຢ່າງເຄັ່ງຄັດ ໃນມາຕຖານ ສູງສຸດ ຂອງ ການສເນີຂ່າວ.

ຣາຍງານ/ຣາຍການ ຂອງ RFA ຈະຕ້ອງ ແນ່ນອນ, ເປັນທັມ ແລະ ກໍ້າເກິ່ງ.

ຈອງ Facebook RFALaos:

https://www.facebook.com/LaosRFA

ຈອງ twitter Laonews:

https://twitter.com/laonews

ຈອງ Google+:

http://tinyurl.com/lx8p6yp

More episodes

View all episodes

  • This Week in Laos Ep.90

    23:54|
    ການສໍາພາດ ທ້າວ ອານຸກິດ ກິດສະຫວາດ, ໜຸ່ມຕາກ້ອງ ສະໝັກຫຼິ້ນ ທີ່ໄດ້ຮັບລາງວັນ Highly Recommended Photography Foundation Awards 2024 ທີ່ ປະເທດອັງກິດ ເຊິ່ງມີຜູ້ສົ່ງຮູບເຂົ້າແຂ່ງຂັນ ຈາກ ທົ່ວໂລກ ຫຼາຍກວ່າ 5 ພັນ ລາຍການ. 
  • This Week in Laos Ep.89

    27:06|
    ໃນ Ep.89 ນີ້ ເຮົາຈະມາເວົ້າລົມກັນ ກ່ຽວກັບຊີວິດໃນຊົນນະບົດ ຂອງເດັກນ້ອຍນັກຮຽນ ຊັ້ນປະຖົມ ແລະ ມ. ຕົ້ນ ວ່າພວກເຂົາເຈົ້າ ມີຄວາມບາກບັ່ນອົດທົນ ຂະໜາດໃດ ກ່ອນທີ່ຈະເຂົ້າໂຮງຮຽນ ເພື່ອສະແຫວງຫາຄວາມຮູ້ ຄວາມສາມາດ ໃຫ້ກັບໂຕເອງໃນອະນາຄົດ.
  • This Week in Laos Ep.88

    23:14|
    ໃນ Ep.88 ນີ້ ແມ່ນການສຳພາດ Aot Soulivong Xayaketh ຊາຍໜຸ່ມລາວ ທີ່ໄດ້ລາງວັນ Top 20 Mr. Tourism World 2024, Mr. Ao Dai, Mr. Multimedia Award; 1st Runner Up Mister Talent.
  • This Week in Laos Ep.87

    27:25|
    ເຊີນທ່ານຮັບຟັງຮັບຊົມ ສາວຄູ ຄຳນ້ອຍ ອະທິບາຍ ວິທີການສອນ ເລກ ຄະນິດຕິດດາວ ທີ່ພາໃຫ້ນັກຮຽນຊັ້ນ ປ. 3 ມ່ວນຊື່ນໄປກັບການຮຽນ ທີ່ເຂົ້າໃຈງ່າຍ ແລະ ຕອບໂຈດໃດ້ໄວຂຶ້ນ.
  • This Week in Laos Ep.86

    21:50|
    ລາຍການ ເມືອງລາວໃນອາທິດນີ້ ຈະຂໍນຳສະເໜີ ນາງ ບຸມມະນີ ອະໄພ ນາງສາວ ກຶືມມຸລາວ ປະຈໍາປີ 2024 ເຊິ່ງເປັນປີລິເລີ່ມ ຂອງການປະກວດ ເພື່ອສົ່ງເສີມປະເພນີ ວັດທະນະທຳ ຂອງຊົນເຜົ່ານີ້ ໃຫ້ເປັນທີ່ຮູ້ຈັກ ຢ່າງກວ້າງໄກ ສູ່ສາຍຕາຊາວໂລກ.
  • This Week in Laos Ep.85

    32:11|
    ໃນ ອີ ພີ ນີ້ ທ່ານຈະໄດ້ຟັງ ການສຳພາດ ນາງ ດີ້ ຜູ້ຖືກເຄາະຮ້າຍ ຈາກ ການຕັດສີນໃຈ ໄປເອົາຜົວຢູ່ຈີນ ແລະ ໄດ້ໜີເອົາໂຕລອດ ກັບມາລາວ. ນາງ ດີ້ ຈະມາເລົ່າໃຫ້ຟັງທຸກຢ່າງ ເພື່ອໃຫ້ເປັນຂໍ້ຄິດ ເຕືອນສະຕິ ຍິງລາວສາວນ້ອຍ ກ່ອນຕັດສິນໃຈ ໄປເອົາຜົວຢູ່ຈີນ ໂດຍການກ້ຽວກ່ອມ ຂອງ ພວກນາຍໜ້າ ຄ້າມະນຸດ.
  • This Week in Laos Ep.84

    24:59|
    ລາຍການ ເມືອງລາວໃນອາທິດນີ້ ເຮົາຈະເວົ້າເລື່ອງສະພາບການ ຢູ່ ປະເທດລາວ ເປັນຕົ້ນ; ບັນຫາເງິນເຟີ້, ຊາວໜຸ່ມລາວ ໜີໄປເຮັດວຽກຢູ່ປະເທດເພື່ອນບ້ານ, ໂຄງການຂຸດຄົ້ນແຮ່ທາດ ເຮັດໃຫ້ວິຖີຊີວິດ ຂອງ ປະຊາຊົນປ່ຽນໄປ ຍ້ອນທຳມະຊາດ ຖືກທຳລາຍ ຈົນທຳມາຫາລ້ຽງຊີບ ບໍ່ໄດ້ຄືເກົ່າ.
  • This Week in Laos Ep.83

    16:48|
    ເຮົາຈະມາເວົ້າເລື່ອງ ປະຊາຊົນ ໃນເຂດ ການຂຸດຄົ້ນ ເກືອກາລີ່ ຢູ່ ແຂວງຄຳມ່ວນ ທີ່ເສຍດິນດິນນາ ໃຫ້ໂຄງການດັ່ງກ່າວນີ້. ຄ່າຊົດເຊີຍເລັກນ້ອຍ ກໍໄດ້ຍອມເອົາ ຖ້າບໍ່ເອົາ ບໍ່ໄດ້ເລີຍ.ການຂຸດຄົ້ນກໍແມ່ນຂຸດເລິກ ເປັນເວີງກວ້າງໃຫຍ່ໄພສານ ຕະຫຼອດ 24 ຊົ່ວໂມງ ລົດບັນທຸກເຂົ້າອອກຂົນກັນ ທັງເວັນທັງຄືນ. 
  • This Week in Laos Ep.82

    23:23|
    ເມືອງລາວໃນອາທິດນີ້ ເຮົາຈະຫວນມາພົບກັບ ທ້າວ ສີວັນ ສີບຸນເຮືອງ ນັກແຕ້ມຮູບ ຜູ້ທີ່ບໍ່ຍອມທໍ້ ຕໍ່ໂຊກຊະຕາ ອີກຄັ້ງໜຶ່ງວ່າ 1 ປີຜ່ານໄປ ທີ່ເຮົາໄດ້ສຳພາດ ກ່ຽວກັບຊີວິດ ທີ່ລອດມາໄດ້ຈາກ ອຸບັດຕິເຫດ ໄຟຟ້າຊ໊ອດ ຈົນກາຍເປັນຄົນພິການແຂນທັງສອງຂ້າງ. ມາຮອດປະຈຸບັນ ລາວໄດ້ເພີ່ມພັດທະນາຕົນເອງ ໃຫ້ມີຄວາມກ້າວໜ້າ ໄປໃດ້ອີກຫຼາຍຂັ້ນ ເພື່ອຄວາມຢູ່ລອດ. ເຊີນຕິດຕາມການຕໍ່ສູ້ ທີ່ບໍ່ຍອມທໍ້!!!